ປາດ

ໂດຍ ຄໍາສັບລາວ

1 ກ. ເອົາມີດ ຫຼື ຂອງມີຄົມເຖືອ ຫຼືຝານບາງໆ ໃຫ້ຂາດອອກ ດັ່ງວ່າ “ບາບ່າວທ້າວຊິເອົາພ້າປາດຄໍ” (ຂູລູ). 2 ນ. (ສ.) ຜູ້ມິປັນຍາ, ຜູ້ມີຄວາມຮູ້ ແລະສະຫຼາດ. 3 ນ. ຊື່ເຂົ້າໜົມຊະນິດໜຶ່ງ ເຮັດດ້ວຍແປ້ງເຂົ້າຈ້າວ ກວນໃສ່ນ້ຳຕານ ແລະໝາກພ້າວ ເອີ້ນເຂົ້າປາດ. 4 ນ. ຊື່ຂຽດຊະນິດໜຶ່ງ ຂາຍາວອາໄສຢູ່ຕາມຕົ້ນໄມ້ ຮຽກຂຽດຕາປາດ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!