ນະວະ ໂດຍ ຄໍາສັບລາວ 07/07/2021 543 “1 ວ. (ປ.) ໃໝ່ ໃຊ້ເປັນຄຳນຳໜ້າສັບອື່ນ ເຊັ່ນ ນະວະກຳ, ນະວະການ, ນະວະກິດ, ນ. (ປ.) ການກໍ່ສ້າງ, ການສ້າງແປງ, ນະວະກຳມິກະ, ນ. ຜູ້ເບິ່ງແຍງການກໍ່ສ້າງ, ນະວະນິຍາຍ, ນ. ນິທານ, ເລື່ອງທີ່ແຕ່ງຂຶ້ນໃໝ່.”. 2 ວ. (ປ.) ເກົ້າ, ຈຳນວນເກົ້າ ໃຊ້ເປັນຄຳນຳໜ້າສັບອື່ນ ເຊັ່ນ ນະວະເຄາະ, ນ. ດາວທັງເກົ້າ, ດາວນົບພະເຄາະທັງເກົ້າ ຄືພະອາທິດ, ພະຈັນ, ພະອັງຄານ, ພະພຸດ, ພະປະຫັດ, ພະສຸກ, ພະເສົາ, ພະລາຫູ, ພະເກດ. 0 FacebookTwitterWhatsappLINEEmail