ຕໍ່

ໂດຍ ຄໍາສັບລາວ

1 ກ. ຕື່ມໃຫ້ຍາວອອກ, ຕື່ມໃຫ້ຫຼາຍຂຶ້ນ, ເຮັດໃຫ້ຕິດກັນ.

2 ກ. ຂໍຫຼຸດລາຄາໃຫ້ໜ້ອຍລົງ ເອີ້ນຕໍ່ລາຄາ.

3 ກ. ເອົາສັດລ້ຽງໄປລໍ້ເອົາສັດປ່າ ເອີ້ນຕໍ່ ເຊັ່ນຕໍ່ນົກ, ຕໍ່ໄກ່ ເປັນຕົ້ນ.

4 ນ. ສັດລ້ຽງໄວ້ເພື່ອໄປລໍ້ເອົາສັດປ່າ ເຊັ່ນ: ຊ້າງຕໍ່, ໄກ່ຕໍ່, ນົກຕໍ່ ເປັນຕົ້ນ.

5 ວ. ຖັດ, ດັ່ງຕໍ່ໄປນີ້, ທໍ່ ເຊັ່ນໄດ້ສອງຕໍ່.

6 ກ. ສູ້, ຮັບ ເຊັ່ນ ຕໍ່ມື.

7 ວ. ເອີ້ນຄຳທີ່ໃຊ້ຈູງຄຳອື່ນ ໃຫ້ໄດ້ຄວາມຕໍ່ກັນ ເຊັ່ນ ຄຳຕໍ່, ຄືບຸບພະບົດ ແລະ ສັນທານ.

8 ນ. ແມງຈຳພວກໜຶ່ງ ມີປີກໂຕໃຫຍ່ກວ່າເຜິ້ງ ໂຕສີດຳ ມີສີເຫຼືອງກ່ານບ່ອນແອວ ມີໄລຢູ່ກົ້ນຄືເຜິ້ງ ຕອດປວດຫຼາຍເຮັດຮັງຢູ່ ຮັງນັ້ນເປັນຊັ້ນໆ ແລະ ເປັນດາງ, ຕໍ່ມີ 4 ແນວຄື: ຕໍ່ຕຸ້ມ ເຮັດຮັງແຂວນຢູ່ຕາມຕົ້ນໄມ້, ຮັງໃຫຍ່ສີມຸມ ຕໍ່ຄວາຍກໍ່ວ່າ, ຕໍ່ຂຸມ ເຮັດຮັງຢູ່ໃນໂກນ, ຕໍ່ກະດິງ ຮັງນ້ອຍ ແລະ ແຂວນຢູ່ຕາມຕົ້ນໄມ້ ຕໍ່ງົວກໍ່ເອີ້ນ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!