ຕ້ອນ ໂດຍ ຄໍາສັບລາວ 06/07/2021 257 1 ນ. ເຄື່ອງມືຈັບປາແນວໜຶ່ງ ຄ້າຍລີ່ແຕ່ບໍ່ມີຫາງ ຝັງເສົາມັດໄມ້ຂັ້ນກັ້ນເຜືອກເຈາະຮູ ສຳລັບເອົາໄຊໃສ່ ເຮັດໄວ້ຕາມຮ່ອງນໍ້າ ຫຼືຫ້ວຍນ້ອຍ ເອີ້ນ ຕ້ອນຕັນຕ້ອນ ກໍ່ວ່າ. 2 ນ.ຂອງຝາກ, ເວລາໄປຍາມພີ່ນ້ອງເອົາຂອງໄປຝາກ, ຂອງຝາກນີ້ ເອີ້ນຂອງຕ້ອນ ຢ່າງວ່າ “ໃຫ້ໄດ້ຂອງຝາກນ້ອງ ໄປຕ້ອນຈິ່ງຊິສົມ” (ຜາແດງ). 3 ກ. ໄປຮັບ, ໄປຖ້າຮັບ ເອີ້ນໄປຕ້ອນຢ່າງວ່າ “ປົບປ່ວງຟ້າວໄປຕ້ອນມີ່ນັນ” (ຜາແດງ), ໄປຕ້ອນ ໄປຮັບ ກໍ່ວ່າ. 4 ກ. ຂັບໄລ່ ເອີ້ນຕ້ອນ ເຊັ່ນ “ຕາວເປືອງເປື້ອງ ພໍແສນແສງພາກ ຕ້ອນໝູ່ຕື້ກວນປຸ້ນທ່າວເທ” (ສິນ). 5 ກ. ປ້ອງກັນໄວ້ ເອີ້ນຕ້ອນ ເຊັ່ນ “ກະທິງທວຍຊ້າງ ໝີເໝືອຍໝາປ່າ ເມີຍແຮດຮ້ອງ ຕັນຕ້ອນດ່ານດົງ” (ສິນ). 6 ກ. ກັນບໍ່ໃຫ້ໄປຕາມຕ້ອງການ, ໄລ່ໄປໃສ່ທີ່ຕ້ອງການເຊັ່ນ ປ້ອງງົວຄວາຍໄປກິນຫຍ້າ ຫຼືປ້ອງເຂົ້າຄອກ ເອີ້ນຕ້ອນ. 0 FacebookTwitterWhatsappLINEEmail