ຕ່ອຍ ໂດຍ ຄໍາສັບລາວ 06/07/2021 228 1 ກ. ເອົາໄມ້ສ້າວແໜ້ນເອົາຂອງຢູ່ສູງເຊັ່ນໝາກມີ້ໝາກມ່ວງ ເປັນຕົ້ນ ເອີ້ນຕ່ອຍ. 2 ກ. ຕີຫຼົບໄປຫຼົບມາ ໃຫ້ຫຼຸດອອກ ເຮັດໃຫ້ຫຼຸດອອກ ເຊັ່ນເອົາໄມ້ຄ້ອນຕ່ອຍຫຼີ້ມໃຫ້ຫຼຸດອອກ ເປັນຕົ້ນ. 3 ນ. ຊື່ໃບພູແນວໜຶ່ງ ມີລົດເຜັດ ເອີ້ນພູຕ່ອຍ ພູກະຕ່ອຍ ກໍ່ວ່າ. 4 ກ. ຕີ, ຕົບ ເຊັ່ນຕີກອງ ເອີ້ນຕ່ອຍກອງຢ່າງວ່າ “ໄທລະເມັງເຕາະຕ່ອຍກອງເຟືອນຟື້ນ” (ຂູລູ); ຕີຫົວ ເອີ້ນຕ່ອຍຫົວຢ່າງວ່າ “ໃຈຂຸ່ນຂ້ຽວປານຄ້ອນຕ່ອຍຫົວ”, ຊົກມວຍ ເອີ້ນຕ່ອຍມວຍ ຕີເຫຼັກໄຟ ເອີ້ນຕ່ອຍເຫຼັກໄຟ. 0 FacebookTwitterWhatsappLINEEmail