ຕຸ້ຍ

ໂດຍ ຄໍາສັບລາວ

1 ວ. ອ້ວນ, ພີ, ຄົນອ້ວນ ເອີ້ນຄົນຕຸ້ຍ ເຊັ່ນພີຕຸ້ຍ ພີອຸ້ຍຕຸ້ຍ, ພີຕຸ້ຍພີຕັງ ກໍ່ວ່າ. 2 ກ. ເອົາຄຳເຂົ້າຊວ້ານເອົາອາຫານເອີ້ນຕຸ້ຍ ເຊັ່ນຕຸ້ຍລາບ, ຄຸ້ຍລາບກໍ່ວ່າຢ່າງວ່າ “ມີລາບບໍ່ມີເຂົ້າຕຸ້ຍ ທາງທ້ອງບໍ່ຫ່ອນເຕັມ” (ຍ່າ). 3 ກ. ເອົາມືຖູແກ້ມ ເອີ້ນຕຸ້ຍແກ້ມ, ເອົາມືຖູນົມ ເອີ້ນຕຸ້ຍນົມ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!