ຕີເຜິ້ງ ໂດຍ ຄໍາສັບລາວ 06/07/2021 199 1 ນ. ວິທີເອົາເຜິ້ງ, ເຜິ້ງມີຢູ່ຕາມຕົ້ນໄມ້ໃຫຍ່ ແລະ ສູງ ຄົນບູຮານເອົາເຜິ້ງມາກິນມາໃຊ້ ຕ້ອງໄດ້ຂຶ້ນເອົາ ວິທີຂຶ້ນຕ້ອງໄດ້ຕອກທອຍ ທອຍສ່ວນຫຼາຍແມ່ນ ທ່ອນໄມ້ໄຜ່ ຕ້ອງຕອກໃຫ້ຫ່າງກັນ ພໍຂຶ້ນລົງສະດວກສະບາຍ. 2 ກ. ປິດຂອງຮວງເຜິ້ງ ຫຼືເອົາເຜິ້ງ. 3 ນ. ການລຳກອນແນວໜຶ່ງ ເຈົ້າພາບຕ້ອງການໃຫ້ລາງວັນ ແກ່ໝໍລຳທີ່ລຳດີ ເອົາລາງວັນໄປແຂວນໄວ້ ໃນຜາມໝໍລຳ ໃຫ້ໝໍລຳລຳກອນຕີເຜິ້ງ ຖ້າກ່ອນໃຜມ່ວນມີຄົນຕົບມື ແລະ ຄົນໂຫຫຼາຍ ຖືວ່າກອນດີລຳດີ ຈັບເອົາລາງວັນໄປໄດ້ເລີຍ ລາງວັນທີ່ແຂວນໄວ້ນີ້ ເອີ້ນຮວງເຜິ້ງ. 0 FacebookTwitterWhatsappLINEEmail