ຕິ່ວ ໂດຍ ຄໍາສັບລາວ 06/07/2021 267 1 ນ. ມາດຕານັບແບບບູຮານ ນັບຈາກໜຶ່ງໄປໂດຍລຳດັບ ຈົນເຖິງຕິ່ວ, ໜຶ່ງຕິ່ວເທົ່າກັບໜຶ່ງລ້ານ ຢ່າງວ່າ “ໂຍທານັບຕິ່ວຕົງຕາຕື້” (ກາ). 2 ວ. ໂພດ, ເຕັມທີ, ເຫຼືອແຮງ, ຫຍຸ້ງຍາກ, ໜັກ, ການງານທີ່ຫຍຸ້ງຍາກໜັກໜາ ບູຮານທຽບກັບຕິ່ວ ຄືໜັກຍິ່ງກວ່າໜັກ ຢ່າງວ່າ “ແມ່ນວ່າການແກ່ນຕົ້ນ ຕື້ຕິ່ວຕົງໜັກ ລູກຂໍຂັນອາສາຊ່ອຍຕີນຕາງເຈົ້າ” (ສິນ). 0 FacebookTwitterWhatsappLINEEmail