ຕາ ໂດຍ ຄໍາສັບລາວ 06/07/2021 298 1 ນ. ອະໄວຍະວະສ່ວນໜຶ່ງຂອງຄົນ ແລະ ສັດ ທີ່ໃຊ້ເບິ່ງຮູບ ເອີ້ນຕາ. 2 ນ. ສ່ວນໜຶ່ງຂອງຕົ້ນໄມ້ ສຳລັບໃຫ້ແຕກໜໍ່ ຫຼືງ່າ ເອີ້ນຕາ ເຊັ່ນຕາໄມ້ມ່ວງ ຕາໄມ້ມີ້ ຕາໄມ້ໄຜ່ ຕາໄມ້ເຮ້ຍ ເປັນຕົ້ນ. 3 ນ. ປ່ອງທີ່ເກີດຈາກການຖັກ ການສານ. ການຂີດເສັ້ນຜ່ານກັນ ເຊັ່ນຕາແຫຕານ່າງ ຕາໝາກເສືອກິນໝູ, ໝ້ອງ, ສ່ວນ. 4 ນ. ເຄື່ອງໝາຍບູຮານຕ່າງໆ ສຳລັບຈ້ຳ ຫຼືຕີລົງ ຫຼືປະທັບໃນໜັງສືເປັນສຳຄັນເອີ້ນຕາ ຫຼືກາ ກໍ່ວ່າ. 5 ກ. ໝາຍໄວ້ (ສ່ວນຫຼາຍອອກສຽງເປັນກາ). 6 ນ. ພໍ່ຂອງແມ່ ເອີ້ນພໍ່ຕາ ອ້າຍ ຫຼື ນ້ອງຊາຍຝ່າຍພໍ່ຂອງແມ່ ເອີ້ນຕາ, ຜູ້ຊາຍທີ່ບໍ່ເຄີຍບວດ ເອີ້ນຕາ ຖ້າຊື່ສີ ເອີ້ນຕາສີ ຊື່ສາ ເອີ້ນຕາສາ, ສ່ວນຜູ້ທີ່ໄດ້ບວດເປັນພະ ເປັນເນນແລ້ວ ກໍ່ເອີ້ນຕາມສັກເປັນ ຊຽງ ທິດ, ຈານ, ຈານຊາ, ຈານຄູ ເປັນຕົ້ນ. 0 FacebookTwitterWhatsappLINEEmail