ຕາຍ

ໂດຍ ຄໍາສັບລາວ

1 ກ. ສິ້ນໃຈ, ໝົດລົມຫາຍໃຈ, ໝົດຈິດ, ບໍ່ມີຊີວິດຢູ່ ຢ່າງວ່າ “ຄວາມຕາຍນີ້ແຂວນຄໍທຸກບາດຍ່າງ ໃຜກໍ່ແຂວນອ້ອນຕອ້ນສະເໝີດ້າມກັນດັ່ງນັ້ນ” (ຍ່າ). 2 ກ. ເສຍຫາຍ, ໃຊ້ການບໍ່ໄດ້ ເຊັ່ນໂມງບໍ່ເດີນ ເອີ້ນໂມງຕາຍ, ແຂນຂາຕີງບໍ່ໄດ້ ເອີ້ນແຂນຂາຕາຍ, ໄມເໄຜ່ທີ່ອອກຂີແລ້ວຕາຍທັງກໍ ເອີ້ນຕາຍຂີ ຕາຍຂຸຍກໍ່ວ່າ, ຕົ້ນໄມ້ທີ່ຍັງບໍ່ທັນອອກໝາກອອກດອກແລ້ວຕາຍ ເອີ້ນຕາຍພາຍ, ຫອຍ ຫຼືເຕົ່າຕາຍແລ້ວ ປະຊາກໄວ້ ເອີ້ນຕາຍຊາກ, ຕາຍເພາະໂລກອະຫິວາ ໂລກຝີດາດ ເປັນຕົ້ນ ເອີ້ນຕາຍຮ່າ, ຕາຍຍ້ອນຕົກຕົ້ນໄມ້ ຄວາຍຊົນ ຫຼືຖືກຂ້າ ເອີ້ນຕາຍຫູງຕາຍສິ້ນເຊື້ອສູນພັນ ເອີ້ນຕາຍດັບ. . ເປັນຄຳປະກອບໜ້າປະໂຫຍກ ຫຼືທ້າຍປະໂຫຍກ ໝາຍຄວາມວ່າເຕັມທີ, ຍິ່ງ ເຊັ່ນ ຮ້ອນເກືອບຕາຍ, ໜາວເກືອບຕາຍ, ຕາຍລະເທື່ອນີ້ຕາຍແລ້ວກູ, ກູບໍ່ຕາຍໃຜຊິຕາຍ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!