ຕອມ ໂດຍ ຄໍາສັບລາວ 06/07/2021 292 1 ກ. ໂຮມ, ເອີ້ນໄພ່ພົນໃຫ້ມາໂຮມກັນເອີ້ນຕອມ ຢ່າງວ່າ “ຝູງຂ້າຕອມພົນລ້ານເລວມັນມິຢ່ອນ” (ສິນ). 2 ກ. ຊົມ, ຈັບ ເຊັ່ນ ແມງພູ່ຕອມດອກຢ່າງວ່າ “ເຂົາກໍ່ຫາທ່ຽວເຫຼັ້ນເຕັມໄມ້ໄລ່ຕອມ” (ຜາແດງ). 3 ກ. ໂສກເສົ້າ, ເຫງົາ ເຊັ່ນ ຕອມໃຈ. 4 ວ. ເຕັມ, ນໍ້າຕາເຕັມໜ້າ ເອີ້ນຕອມຢ່າງວ່າ “ເຂົາກໍຊົນລະທາເທົ້າ ໄຫຼລົງຕອມເນດ” (ກາ). 5 ກ. ປະສົບ, ພົບ, ເຫັນ, ຢ່າງວ່າ “ໂພຍໄພສັງຢ່າຕອມຕົນເຈົ້າ” (ຮຸ່ງ). 0 FacebookTwitterWhatsappLINEEmail