ດໍ

ໂດຍ ຄໍາສັບລາວ

1 ວ. ໄວ, ໄວກວ່າເວລາທີ່ຄວນເປັນ ດັ່ງເດັກປາກເປັນໄວ ເອີ້ນເດັກດໍ, ຊາຍທີ່ຍັງເດັກ ແຕ່ງຕົວຄືອ້າຍບ່າວ ເອີ້ນບ່າວດໍ. 2 ນ. ຊື່ເຂົ້າແນວໜຶ່ງ ເປັນຮວງໄວກວ່າເຂົ້າອື່ນໆ ເອີ້ນເຂົ້າດໍ. 3 ນ. ຊື່ໝາກຖົ່ວແນວໜຶ່ງ ເປັນໜ່ວຍໄວ ເອີ້ນວ່າໝາກຖົ່ວດໍ. 4 ນ. ຊ້າງຜູ້ທີ່ມີງາສັ້ນໆ ພໍພົ້ນປາກ ຫຼືຊ້າງຜູ້ທີ່ບໍ່ມີງ່າ ເອີ້ນຊ້າງດໍ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!