ດົ້ນ

ໂດຍ ຄໍາສັບລາວ

1 ນ. ທ່ອນ, ລັກສະນະນາມຂອງຟືນທ່ອນໜຶ່ງ ເອີ້ນວ່າດົ້ນ ເຊັ່ນຟືນສອງດົ້ນ, ດົ້ນຟືນ ເປັນຕົ້ນ. 2 ກ. ໃຊ້ເຂັມຫຍິບຜ້າໂດຍວິທີຫຍິບໄປຕາມທຳມະດາ ບໍ່ກ້ຽວບໍ່ຍັກ ເອີ້ນດົ້ນຜ້າ. 3 ວ. ດັ້ນ, ຜ້າໄປ, ລັດ, ໝົ້ນ ເດີນ, ຍ່າງບຸກໄປໂດຍບໍ່ພັກເຊົາ ເອີ້ນດົ້ນ, ດັ້ນດົ້ນ ກໍ່ວ່າ. 4 ກ. ເດົາ, ຄະເນ, ກະຕວງໃສ່ ເຊັ່ນ ເດົາເວົ້າ ເອີ້ນດົ້ນເວົ້າ, ເດົາລຳໂດຍບໍ່ໄດ້ທ່ອງກອນ ເອີ້ນດົ້ນລຳ, ເດົາຕອບໂດຍບໍ່ໄດ້ເບິ່ງໜັວສື ເອີ້ນດົ້ນຕອບ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!