ດົນ ໂດຍ ຄໍາສັບລາວ 06/07/2021 315 1 ວ. ເຫິງ, ນານ, ຊ້າ. 2 ກ. (ຂ.) ໄປ, ເຖິງ, ຮອດ ຢ່າງວ່າ “ແອງຄອນດົນຮອດຍາມຍັງເຊົ້າ” (ຮຸ່ງ). 3 ນ. (ປ. ສ.) ພຶ້ນ, ຊັ້ນ, ເຊັ່ນ ປະຖະພີດົນ, ພະສຸທາດົນ, ດຶ້ນດິນ ຢ່າງວ່າ “ປະຖະພີດົນມືດມົວມີແຈ້ງ” (ສິນ). 4 ກ. ຂັດຂືນ, ລ່ວງເກີນ ຢ່າງວ່າ “ຢ່າໄດ້ດົນຄຳສອນ ບໍ່ດີເມື່ອໜ້າ” (ກາ). “ກູຫາກດົນຄຳຫ້າມສອງເຂືອພໍ່ແມ່” (ຜາແດງ). 5 ກ ໃຫ້ເປັນໄປ, ບັນດານໃຫ້ເປັນໄປ, ເຮັດໃຫ້ເກີດຂຶ້ນໂດຍບັງເອີນ ເອີ້ນດົນ, ດົນບັນດານ ກໍ່ວ່າ ຢ່າງວ່າ “ນາງຄານຫ້າມຫຼາຍທີເຍື້ອນຍາກ ມັນກໍ່ດົນດ່ວນເຂົ້າ ໃນ/ຈບ້າບໍ່ຟັງ” (ສິນ). 6 ກ ໄປນຳ, ໄປຕາມ ຢ່າງວ່າ “ພີ່ຈັກປອງພັນປີ ຄ່ອຍດົນດອມນ້ອງ” (ສິນ). 0 FacebookTwitterWhatsappLINEEmail