ດິນ

ໂດຍ ຄໍາສັບລາວ

1 ນ. ແຜ່ນດິນ, ໂລກທີ່ມະນຸດ ແລະ ສັດອາໄສຢູ່ ເອີ້ນພຶ້ນດິນ, ແຜ່ນດິນກໍ່ວ່າ. 2 ນ. ທາດຢ່າງໜຶ່ງ ໃນຈຳພວກທາດທັງສີ່ ມີລັກສະນະແຂງ ມີຜົມ, ຂົນ, ເລັບ, ໜັງ, ຊີ້ນເອັນ, ກະດູກເປັນຕົ້ນ ເຊິ່ງມີໃນຕົວຄົນ ແລະ ສັດ ເອີ້ນທາດດິນ. 3 ນ. ວັດຖຸຂອງທາດໂລກ ທີ່ໃຊ້ສຳລັບປູກພືດຜົນຕ່າງໆ ແລະ ເອົາມາທຳເປັນເຄື່ອງໃຊ້ ເຊັ່ນ ຖ້ວຍ ໂຖ ໂອ ຊາມ ໝໍ້ ໄຫ ອຸ ແອ່ງດິນ ເປັນຕົ້ນເອີ້ນ ສາລະພັດປະໂຫຍດ. 4 ນ. ດິນທຳມະຊາດ ເຊັ່ນ ດິນທີ່ມີທາດເກືອປົນ ສັດປ່າມີເສືອ ແລະກວາງເປັນຕົ້ນ ມັກເລຍກິນ ເອີ້ນດິນປົ່ງ ຫຼືດິນໂປ່ງ ດິນທີ່ມີເກືອປົນຢູ່ຫຼາຍ ປູກພືດບໍ່ເກີດ ເອີ້ນດິນເອືອດ ດິນເກືອ ກໍ່ວ່າ ດິນແນວນີ້ໃຊ້ຕົ້ມເປັນເກືອ ໃຊ້ເປັນປະໂຫຍດໄດ້ດີຫຼາຍ. 5 ນ. ຊື່ງູແນວໜຶ່ງ ຕົວນ້ອຍສີດຳ ມັກໝົ້ນຢູ່ໃນດິນ ເອີ້ນງູດິນ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!