ດຳ ໂດຍ ຄໍາສັບລາວ 06/07/2021 207 1 ວ. ສີທີ່ກົງກັນຂ້າມກັນສີຂາວ ເຊັ່ນ ສີດຳ, ສີຄາມ ສີຂະເມົ່າ ແລະສີດຳທົ່ວໄປເອີ້ນສີດຳ. 2 ວ. ເດືອນມືດ ເອີ້ນເດືອນດຳ. 3 ນ. ຊື່ມົດແນວໜຶ່ງ ຕົວນ້ອຍໆ ດຳໆ ຢູ່ຕາມຕົ້ນໄມ້ ເອີ້ນມົດດຳ. 4 ກ. ເອົາຕົ້ນກ້າເໜັບລົງໃນໄຮ່ນາ ທີ່ໄຖແລະຄາດແລ້ວ ເອີ້ນດຳນາ. 5 ນ. ຊື່ໄມ້ເນື້ອແຂງແນວໜຶ່ງ ມີແກ່ນດຳໃຊ້ເຮັດໂຕະຕິ່ງ ແລະເຄື່ອງໃຊ້ອື່ນໆ ເອີ້ນໄມ້ດຳ. 6 ນ. ຊື່ໄມ້ໄຜ່ແນວໜຶ່ງ ມີສີດຳ ເອີ້ນໄມ້ໄຜ່ດຳ. 7 ນ. ຊື່ໄມ້ແກແນວໜຶ່ງ ຕົ້ນໃຫຍ່ກວ່າໄມ້ແກ ທຳມະດາແກ່ນດຳ ເອີ້ນໄມ້ແກດຳ. 8 ນ. ຊື່ໄມ້ງິ້ນແນວໜຶ່ງ ແກ່ນດຳ ເອີ້ນ ງິ້ວດຳ. 9 ນ. ຊື່ເສືອແນວໜຶ່ງ ມີສີດຳ ເອີ້ນເສືອດຳ. 10 ກ. ມຸດລົງໄປໃນນໍ້າ ເອີ້ນດຳນໍ້າ. 0 FacebookTwitterWhatsappLINEEmail