ດາ

ໂດຍ ຄໍາສັບລາວ

1 ກ. ຫ້າງ, ຕົກແຕ່ງ, ຕັ້ງທ່າ, ຕັ້ງໃຈ.

2 ນ. ຊື່ແມງແນວໜຶ່ງມີປີກ ມີຢູ່ຕາມໜອງ ຫຼື ທົ່ງນາໃນລະດູຝົນ ຕົວຜູ້ມີກິ່ນຫອມຂິວ ໃຊ້ຕຳແຈ່ວ ເອີ້ນແຈ່ວແມງດາ.

3 ວ. ມາກ, ຫຼາຍ.

4 ວ. ຕັ້ງ, ຊ່າງ ເຊັ່ນດາເປັນ, ດາມີ.

5 ກ. ສະເທືອນ ເອີ້ນດາກະເດື່ອງ ຢ່າງວ່າ “ທົມໆພື້ນໂດຍດິນດາກະເດື່ອງ ຟ້າເງົ່າເຕົ້າ ເທວະທ້າວດ່ວນດອມ” (ສິນ).

6 ກ. ເຄົາລົບ, ຂາບໄຫວ້ ເອີ້ນດາຂາບ ຢ່າງວ່າ “ເປັນແຕ່ເຕໂຊກ້າ ແຂວງໃດດາຂາບ” (ກາ).

7 ກ. ຫຼັ່ງໄຫຼຂຶ້ນ ເອີ້ນດາຂຶ້ນ ຢ່າງວ່າ “ໂຍທາລຶບຫຼັ່ງດອຍດາຂຶ້ນ” (ສິນ).

8 ກ. ສັ່ງຄວາມ ເອີ້ນດາຄວາມ ຢ່າງວ່າ “ດາຄວາມໃຫ້ຂຸນໃນນໍລະໂຊດ ມັນຂີ່ມ້າອານແກ້ວລ່ວງຜະຫຼູ” (ສິນ).

9 ວ. ອຽງ, ຕ່ຳ, ຕາວັນຕ່ຳລົງ ເອີ້ນດາຄ້ອຍ ຢ່າງວ່າ “ຜໍ່ເຫັນຮວນໆວັນສ່ອງດອຍດາຄ້ອຍ” (ສິນ).

10 ກ. ພິກ, ຂວ້ຳ ຢ່າງວ່າ “ເຟືອນຄຸງສະຫວັນດັ່ງດິນດາຂວ້ຳ” (ກ).

11 ກ. ແຈກ, ແບ່ງ, ແຈກແບ່ງຊ້າງໃຫ້ເປັນລ້າງວັນ ເອີ້ນດາຊ້າງ ຢ່າງວ່າ “ອົງກະສັດໃຫ້ລ້າງວັນຂ້າບ່າວ ຈັດເພື່ອນພ້ອມດາຊ້າງສູ່ຊຸມ” (ສິນ).

12 ກ. ແຕກ, ແຍກ, ຖະຫຼົ່ມ, ດິນຖະຫຼົ່ມ ເອີ້ນດາຊ້າງ ຢ່າງວ່າ “ມົວມຶດກຸ້ມກົງເມກມຶນທຶນ ເທິງທະລັງດູ ດັ່ງດິນດາຊ້າຍ” (ສິນ).

13 ກ. ດົມ, ຢ່າງວ່າ “ຊຸມໜຶ່ງມະຫິງສານ້າວນອນດາດົມລູກ ລູກຕ່າວເຕັ້ນ ຕຳຂ້າງແມ່ມັນ” (ສິນ).

14 ກ. ກໍ່ສ້າງ ເອີ້ນດາດີ ຢ່າງວ່າ “ແລ້ວເລົ່າທຳຕາມເຈົ້າ ດາດີໂດຍຮີບນີລະມິດໃຫ້ດີແລ້ວສູ່ອັນ” (ສິນ).

15 ກ. ປະດັບຕົກແຕ່ງ ເອີ້ນ ເດົາດາ ຢ່າງວ່າ “ເຮົາຈັກເດົາດາຕົກແຕ່ງແປງປຸນຟ້າວ” (ສິນ).

16 ກ. ການພະນັນ ຫຼືເດີມພັນ ເອີ້ນດາຕັ້ງ ຢ່າງວ່າ “ຜິວ່າຂ້າຫາກແພ້ປະຈົນລາດພູມີ ດັ່ງນັ້ນ ພະຈັກທວາຍທານປະສົງສິ່ງໃດດາຕັ້ງ” (ສິນ).

17 ກ. ກັ້ນ, ບັງ ຢ່າງວ່າ “ເຍື້ອງກອດດ້າງດາບ່ຽງບັງຄີງ ພາຍມັນຖືດາບເຖືອເຖິງເນື້ອ” (ສິນ).

18 ກ. ເອົາອາຫານໃສ່ປາກ ເອີ້ນດາປ້ອນ ຢ່າງວ່າ “ໂພຊະນາທິບພ່ຳມວນດາປ້ອນ” (ເວດ).

19 ກ. ຟັນ, ແທງ, ກຳດາບຟັນແທງ ເອີ້ນ ດາຜະຫຼຽງ ຢ່າງວ່າ “ທ້າວບໍ່ຍັ້ງກຳດາບດາຜະຫຼຽງ” (ກາ).

20 ວ. ແລ້ວຮຽບຮ້ອຍ ເອີ້ນດາມ້ຽນ ຢ່າງວ່າ “ມ້າແອບຄຸ້ນຄໍສອດສະນຽນທອງນາຍນັກການເຂົາແຕ່ງດີດາມ້ຽນ” (ສິນ).

21 ກ. ລະວັງ, ຮັກສາ ຢ່າງວ່າ “ທ້າວໃຫຍ່ນ້ອຍ ເສນາດດາລະວັງ” (ກາ).

22 ວ. ມາກ, ຫຼາຍ, ມາກຫຼາຍ ເອີ້ນດາລົ້ນ ຢ່າງວ່າ “ຄົນດາລົ້ນ ຫຼາຍພັນແຫນແຫ່ ຊ້າງເສບຕ້ອງ ກະດິງກ້ອງຄື່ນເຄັງ” (ສິນ).

23 ກ. ທ່ຽວຮອບເມືອງ ເອີ້ນ ດາລ້ອມ ຢ່າງວ່າ “ພໍເມື່ອຫອມຂຸນໄດ້ ຮຽງເຮົາຕັ້ງແຕ່ ວັນໃດໃຫ້ຮີບປ້ອງແປດດ້ານປະດາລ້ອມລຽບນະຄອນ” (ສິນ).

24 ກ. ສະເທືອນ, ສະທ້ານ ຢ່າງວ່າ “ຜໍ່ເຫັນພັງພາຍຂຶ້ນ ດອຍແດນດາສະໜັ່ນ ບໍ່ຮູ້ກີ່ໝື່ນຮ້ອຍ ລະວັງເຈົ້າມືດມົວ” (ສິນ).

25 ກ. ອອກລູກ ເອີ້ນດາອອກ ຢ່າງວ່າ “ເຫິງນານລ້ຳ ກຳເດືອນດາອອກ” (ກາ).

26 ກ. ສະຫວ່າງ, ສຸກໃສ, ສະຫວ່າງສຸກໃສ ເອີ້ນດາເຮື່ອ ຢ່າງວ່າ “ຮົງໆແກ້ວ ໂຄມແດງດາເຮື່ອ ພື້ນຮາບພ້ຽງຜາລ້ານລ່ວງສະບາຍ” (ສິນ).

27 ກ. ຈັດ, ຕຽມ, ຈັດຕຽມ ເອີ້ນດາດີ ຢ່າງວ່າ “ເມື່ອນັ້ນ ສະພັ່ງພ້ອມຂາມຂອບດາດີ ປຸນນາງຊຽງສູ່ເມືອງມານ້ອນ” (ສິນ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!