ດັງ

ໂດຍ ຄໍາສັບລາວ

1 ນ. ອະໄວຍະວະຂອງຄົນ ແລະ ສັດບ່ອນສຳລັບຫັນໃຈ (ຫາຍໃຈ) ເອີ້ນດັງ, ດັງແປ ເອີ້ນດັງແໝບ, ດັງບານ ຫຼືຮູດັງກວ້າງ ເອີ້ນດັງປື່ງ, ດັງໂດ່ງດັງໃຫຍ່ ເອີ້ນດັງແຫວ່ງປານກາງ ເອີ້ນ ດັງວາກ, ດັງແຫວ່ງເລັກນ້ອຍ ເອີ້ນດັງວີກ, ດັງເຫີນຂື້ນເທິງ ເອີ້ນດັງເບີດ. 2 ກ. ບັງເກີດສຽງຂື້ນ, ກົງກັນຂ້າມກັບມິດ, ສຽງດັງ, ກ້ອງ, ກຶກກ້ອງ. 3 ກ. ຕິດ, ກໍ່, ຈູດ ເຊັ່ນ ກໍ່ໄຟ ເອີ້ນດັງໄຟ ຫຼືເຮັດໃຫ້ໄຟໄໝ້ຟືນ ດັ່ງວ່າ “ລູກຫາກຕົກແຕ່ງໄວ້ ດັງຖ້າຊູ່ວັນ” (ກາ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!