ດອກ ໂດຍ ຄໍາສັບລາວ 06/07/2021 268 1 ນ. ສ່ວນໜຶ່ງຂອງແນວໄມ້ຕ່າງໆທີ່ປົ່ງອອກຈາກກິ່ງງ່າ ຫຼືຍອດ ເພື່ອສື່ບແນວ ແລະເປັນໝາກ ເອີ້ນດອກ ເຊັ່ນ ດອກມີ້, ດອກມ່ວງ, ດອກຈຳປາ. 2 ນ. ລາຍຕ່າງໆທີ່ເປັນຮູບຄືຮູບດອກໄມ້ທີ່ຊ່າງແຕ້ມ, ຊ່າງສັບ, ຊ່າງຄວັດ, ເຮັດຂື້ນເອີ້ນລາຍດອກ. 3 ນ. ເງີນຄ່າເສຍເວລາຈາກຕົ້ນທຶກເຊິ່ງຜູ້ຢືມຈະຕອ້ງໃຫ້ ເອີ້ນ ເງີນດອກ, ຂີ້ດອກ ດອກເບ້ຍ ກໍ່ວ່າ. 4 ວ. ເປັນຄຳປະກອບທ້າຍປະໂຫຍກຄຳເວົ້າ ເພື່ອໃຫ້ໄດ້ຄວາມຄັກ ເຊິ່ນ ບໍ່ແມ່ນດອກ, ບໍ່ໄປດອກ, ບໍ່ກິນດອກ, ຂ້ອຍດອກເປັນຕົ້ນ. 5 ວ. ຂາວ, ດ່ອນ ເຊັ່ນງົວຫາງຂາວເອີ້ນງົວຫາງດອກ, ຄົນຜົມຂາວ ເອີ້ນຄົນຫົວດອກ. 6 ວ. ຊື່ືໆ, ລ້າໆ ເຊັ່ນ ເປັນທິດເປັນຈາກບໍ່ສົມສັກສີ ເອີ້ນທິດດາຍດອກ, ຈານດາຍດອກ, ກິນເຂົ້ົາລ້າ ບໍ່ມີອາຫານກັບ ເອີ້ນກິນເຂົ້າດາຍດອກ, ກິນເຂົ້າອີດອກ ກໍ່ວ່າ. 7 ວ. ຜຸ ເຊັ່ນຂອນດອກ. (ໃຊ້ສະເພາະໄມ້ ດັ່ງດຽວກັນກັບໂດກ). 0 FacebookTwitterWhatsappLINEEmail