ຊານ ໂດຍ ຄໍາສັບລາວ 05/07/2021 298 1 ນ. ພື້ນເຮືອນນອກຊາຍຄາອອກໄປເອີ້ນນອກຊານ ພື້ນທີ່ນອກຕົວເມືອງອອກໄປ ເອີ້ນຊານເມືອງ. 2 ນ. ຮິມສົບເບື້ອງເທິງຕໍ່ຈາກຮູດັງລົງມາ ເອີ້ນຊານດັງ, ຊານຂີ້້ມູກກໍ່ວ່າ. 3 ນ. ຊານທີ່ຢູ່ໃນລະຫວ່າງກາງຂອງເຮືອນຫຼັງໃຫຍ່ ແລະ ຫຼັງນອ້ຍ ເອີ້ນຊານຂວາງ ຢ່າງວ່າ ” ເມື່ອນັ້ນແມ່ພະເຈົ້າສະເດັດສູ່ຊານຂວາງ ” (ເວດ). 4 ນ. ໜ້າມຸກທີ່ບໍ່ມີຊານນອ້ຍທີ່ຕໍ່ມາຈາກເຮືອນໃຫຍ່ ເອີ້ນຊານມົນ. 5 ນ. (ປ.) ການທຳຈິດໃຫ້ຕັ້ງໝັ້ນຢູ່ໃນອາລົມອັນໃດອັນໜຶ່ງ ຢ່າງບໍ່ຫວັ່ນໄຫວ, ຊານມີສີ່ຊັ້ນ ຄື 1. ປະຖະມະຊານ ປະກອບດວ້ຍ 5 ອົງ ປະການຄື ວິຕັກກະ ຄວາມຄະນຶງ ຫືຮີ່ນຕອງ,ວິຈາລະ ຄວາມໄຕ່ຕອງ, ປິຕິ ຄວາມອີ່ມໃນໃຈ, ສຸຄະຄວາມສະບາຍໃຈ, ເອກັກຄະຕາ ໃຈມີອາລົມ ອັນດຽວ, 2. ທຸຕິຍະຊານ ປະກອບດວ້ຍອົງ 3 ປະການຄື ລະວິຕັກກະ, ວິຈາລະເສຍຫຼືອແຕ່ປິຕິ, ສຸຂະເອກັກຄະຕາ, 3. ຕະຕິຍະຊານມີອົງ 2 ຄື ລະປິຕິເສຍເຫຼືອແຕ່ສຸຂະ ກັບເອກັກຄະຕາ, 4. ຈະຕຸດຖະຊານມີອົງ 2 ຄື ລະສຸກເສຍ ເຫຼືອແຕ່ເອກັກຄະຕາ ກັບອຸກເປກຂາ ຄືຄວາມວາງໂຕເປັນກາງ (ພຸດທະປັດຊະຍາ). 0 FacebookTwitterWhatsappLINEEmail