ຈ້ຳ

ໂດຍ ຄໍາສັບລາວ

1 ນ. ຜູ້ເປັນເຈົ້າຂອງຜີອາຮັກ, ຜູ້ຕິດຕໍ່ກັບຜີບ້ານຜີເມືອງ ຜີຕາຫໍ ເອີ້ນ ຈ້ຳ, ກວານຈ້ຳ, ກວານຜີ ກໍ່ວ່າ.

2 ກ. ເອົາຄຳເຂົ້າເນັ້ນລົງ ຫຼື ຈຸ່ມລົງໃນອາຫານ ເຊັ່ນ ເນັ້ນລົງໃນຖ້ວຍປົ່ນ ເອີ້ນ ຈ້ຳປົ່ນ ເນັ້ນລົງໃນຖ້ວຍແຈ່ວ ເອີ້ນ ຈ້ຳແຈ່ວ …

3 ກ. ໝາຍໄວ້, ໝາຍເປັນຮອຍໄວ້.

4 ກ. ສຽບ, ແທງ ຢ່າງວ່າ “ເພາະເພື່ອສອນສຽບຈ້ຳ ທວງທ້າວທ່າວຕາຍ” (ຜາແດງ).

5 ກ. ເສັ້ນ, ບວງສວງດ ບູຊາ ຢ່າງວ່າ “ແນມພັນງ້ອມງາມປຽວຊານພີ່ ຄວນທີ່ປ້າທ່ານເຈົ້າຕິ່ວສ້ອຍມາຈ້ຳແຈກພະລີ” (ຮຸ່ງ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!