ຈິບ

ໂດຍ ຄໍາສັບລາວ

1 ນ. ຊື່ນົກຕົວນ້ອຍໆ ນ້ອຍກວ່ານົກຈາບ ຮ້ອງຈິບໆ ເອີ້ນນົກຈິບ, ນົກກະຈິບກໍ່ວ່າ.

2 ນ. ເຄື່ອງຫ້າງເອົາປາແນວໜຶ່ງ ເຮັດຂວາງແມ່ນ້ຳ ບ່ອນນ້ຳໄຫຼ ຄ້າຍຄືຕ້ອນ ມີຫ້າງສຳລັບນັ່ງດັກປາ ເວລານັ່ງດັກ ໃຊ້ຍາມມື້ຄືນ ເອີ້ນຢູ່ຈິບ.

3 ກ. ເອົາລີ້ນຊິມ, ດູດເທື່ອລະນ້ອຍ ເອີ້ນ ຈິບ ເຊັ່ນດື່ມນ້ຳເທື່ອລະໜ້ອຍ ເອີ້ນ ຈິບນ້ຳ, ກິນເຫຼົ້າເທື່ອລະໜ້ອຍ ເອີ້ນ ຈິບເຫຼົ້າ.

4 ວ. ຮອບ, ຈຳ ເຊັ່ນ ຕອກໃຫ້ຈຳ ເອີ້ນ ຕອກໃຫ້ຈິບ, ລ້ອມຮົ້ວຮອບ ເອີ້ນ ລ້ອມຈິບ, ຝູງຄົນອັ່ງອໍຫຼວງຫຼາຍ ແໜ້ນອື້ຕື້ໄປໝົດ ເອີ້ນ ແໜ້ນຈິບ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!