ຈັ່ງ ໂດຍ ຄໍາສັບລາວ 02/07/2021 389 ສັນ. ເປັນຄຳຕໍ່ປະໂຫຍກ ດັ່ງຄຳວ່າ ອາບນ້ຳແລ້ວຈັ່ງກິນເຂົ້າ, ດັ່ງດຽວກັນກັບ “ຈິ່ງ”, ເປັນຄຳປະຕິເສດບອກຄວາມສົງໄສດັ່ງຄຳວ່າ “ແມ່ນບໍ່” ຕອບ: “ຈັ່ງວ່າ”. ວ. ຢ່າງ, ດັ່ງ ເຊັ່ນ ເຮັດຢ່າງໃດ ເອີ້ນ ເຮັດຈັ່ງໃດ, ເວົ້າຢ່າງໃດ ເອີ້ນ ເວົ້າຈັ່ງໃດ, ຄຶດຢ່າງໃດ ເອີ້ນ ຄຶດຈັ່ງໃດ, ຢ່າງນີ້ ເອີ້ນ ຈັ່ງຊີ້, ຢ່າງນັ້ນ ເອີ້ນ ຈັ່ງຊັ້ນ, ຢ່າງໃດ ເອີ້ນ ຈັ່ງໃດ, ຖືກຢ່າງນີ້ ເອີ້ນ ແມ່ນຈັງຊີ້, ຖືກຢ່າງນັ້ນ ເອີ້ນ ແມ່ນຈັ່ງຊັ້ນ. 0 FacebookTwitterWhatsappLINEEmail