ຈອກ ໂດຍ ຄໍາສັບລາວ 02/07/2021 291 1 ນ. ພາຊະນະແນວໜຶ່ງ ກົ້ນສ້ວຍປາກເຫີວຄ້າຍຄືໂຈກແຕ່ນ້ອຍກວ່າໂຈກ, ໃຊ້ສຳລັບຕັກນ້ຳ ຫຼື ໃຊ້ຕາມຕ້ອງການ, ຖ້າໃຊ້ຕັກນ້ຳ ເອີ້ນ ຈອກນ້ຳໃຊ້ຕັກເຫຼົ້າ ເອີ້ນ ຈອກເຫຼົ້າ. 2 ນ. ຊື່ນົກແນວໜຶ່ງ ຕົວນ້ອຍໆມັກເຮັດຮັງຢູ່ຕາມເລົ້າ ແລະ ເຮືອນຄົນ ເອີ້ນ ນົກຈອກ ຢ່າງວ່າ “ຍັງມີນົກຈອກນ້ອຍ ເປັນຄູ່ຜົວເມຍ ມັນກໍ່ແປງຮວງຮັງຢູ່ຄາງລັດສີເຈົ້າ” (ນົກຈອກ). 3 ນ. ຊື່ໝາປ່າແນວໜື່ງ ຂົນຍາວຫາງເປັນພົ້ວ ເອີ້ນ ໝາຈອກ, ໝາຈິກຈອກ ກໍ່ວ່າ ຢ່າງວ່າ “ໜູຊິງທຳຕະບະໃຫ້ ແມວບັກຄຳກົ້ມຂາບ ໝາຈິກຈອກມາເຫົ່າ ຊ້າງເປັນໜ້າຢາກຫົວແທ້ນໍ” (ລຶບພະສູນ). 4. ຊື່ປາແນວໜຶ່ງ ມີເກັດປາກແຫຼມຄ້າຍຄືປາໂຈກແຕ່ຕົວນ້ອຍກວ່າປາໂຈກ ເອີ້ນ ປາຈອກ. 5 ວ. ສຽງດັງຢ່າງນັ້ນ ເຊັ່ນ ສຽງນ້ຳໄຫຼຄ່ອຍໆ ຈາກທີ່ສູງດັງຈອກ ຫຼື ສຽງຖອກນ້ຳ ຈາກກະບອກນ້ອຍໆ ດັງຈອກ, ຖ້າກະໂບກໃຫຍ່ດັງໂຈກ. 0 FacebookTwitterWhatsappLINEEmail