ງ່າມ ໂດຍ ຄໍາສັບລາວ 02/07/2021 327 1 ນ. ຕົ້ນໄມ້ທີ່ແບ່ງອອກຈາກກັນເປັນສອງ ຫຼືສາມງ່າ ເອີ້ນງ່າມໄມ້. 2 ນ. ຊື່ມົດແນວໜຶ່ງ ມີແຂ້ວທີປາກສອງອັນເປັນງ່າມ ເອີ້ນມົດງ່າມ ມີສອງຊະນິດ ສີແດງ ເອີ້ນ ມົດງ່າມແດງ, ສີດຳມຸມໆ ເອີ້ນມົດງ່າມດຳ. 3 ນ. ໄມ້ງ່າມສຳລັບຝັງເປັນປະຕູຮົ້ວ ຄົນເຂົ້າອອກໄດ້ ງົວຄວາຍເຂົ້າອອກບໍ່ໄດ້ ເອີ້ນໄມ້ງ່າມ ໄມ້ປາກງ່າມກວ່າ ຄົນປາກແວ່ງ ເອີ້ນຄົນປາກງ່າມ ຢ່າງວ່າ “ກູບອກໄປຫາປາກງ່າມໄມ້ ມາໄດ້ປາກງ່າມຄົນ” (ຊຽງໝ້ຽງ). 0 FacebookTwitterWhatsappLINEEmail