ງ່າຍ

ໂດຍ ຄໍາສັບລາວ

ວ. ສະດວກ, ສະບາຍ, ບໍ່ຍາກ, ບໍ່ຂັດຂ້ອງ, ການເຮັດການທຳ ທີ່ສະດວກສະບາຍ ເອີ້ນງ່າຍ, ກິນສະດວກ ເອີ້ນ ກິນງ່າຍ ຢ່າງວ່າ “ບາດກິນແລ້ວງ່າຍ ບາດຄາຍແລ້ວຍາກ” (ພາສິດ), ທຳໂດຍບໍ່ຮອບຄອບ ເອີ້ນເຮັດງ່າຍ ຢ່າງວ່າ “ຢ່າຟັງຄວາມເບົາ ຢ່າເອົາຄວາມງ່າຍ” (ພາສິດ), ຮັກບໍ່ເຊົາຈັກເທື່ອ ເອີ້ນ ຮັກບໍ່ລືມ ຢ່າງວ່າ “ໃຫ້ອ້າຍໄລືມນ້ອງ ບໍ່ມີໄລລືມງ່າຍ ຟ້າບໍ່ຫງາຍ ດິນຊາຍບໍ່ປີ້ນ ຫີນຢູ່ນໍ້າບໍ່ຟູຂຶ້ນແມ່ນບໍ່ໄລ” (ຜະຫຍາ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!