ງົ້ວ ໂດຍ ຄໍາສັບລາວ 02/07/2021 295 1 ນ. ຊື່ນົກແນວໜຶ່ງ, ນົກງົ້ວ, ນົກອີ່ງົ້ວ ກໍ່ວ່າ. 2 ນ. ຊື່ພັນໄມ້ແນວໜຶ່ງ ໝາກກົມໃຫຍ່ມີລົດສົ້ມ ແລະຫວານ ແນວລົດສົ້ມ ເອີ້ນໝາກເວີ່ສົ້ມ, ແນວລົດຫວານ ເອີ້ນໝາກເວີ່ຫວານ, ບາງທ້ອງຖີ່ນເອີ້ນໝາກງົ້ວ, ໝາກສົ້ມໂຮຫວາ ໝາກນາວໂຮໂຫ່ ກໍ່ວ່າ. 3 ວ. ມົວເມົາ, ມືດມົວ, ການສະແດງອາການມືດມົວ ເພາະຖືກເວດມົນ ຫຼືຢາແຝດ ເອີ້ນງົ້ວ, ງົ້ວງ່າວກໍ່ວ່າ ຢ່າງວ່າ “ເມື່ອນັ້ນພະບາດຕ້ານ ທັງງ່າວພິດສະຫວົງ ການໃດດີຊ່າງສູແສນທ້າວ ພະກໍ່ໂມຫັງເຂົ້າຖືທວງໃບ້ບອດ ກໍ່ເພື່ອພິດແຝດໄໝ້ເໝືອນງົ້ວງ່າວຟາງ” (ສິນ). 0 FacebookTwitterWhatsappLINEEmail