ງົວ

ໂດຍ ຄໍາສັບລາວ

1 ນ. ສັດພາຫະນະ ຈຳພວກປະສຸສັດ ແລະ ເປັນສັດຄ້ຽວເອື້ອງ ໃຊ້ສຳລັບແກ່ກວຽນ ຫຼືບັນທຸກສິ່ງຂອງ ໃສ່ຕ່າງ ເອີ້ນງົວຕ່າງໆ, ງົວສຳຮອງ ໃນເວລາເດີນທາງໄກ ເອີ້ນ ງົວແພວ, ງົວເຖິກທີ່ຢູ່ໂຕດຽວ ເອີ້ນງົວໂທນ, ງົວປ່າ ເອີ້ນງົວບາ, ງົວດ່ອນ ເອີ້ນງົວພອນ.

2 ກ. ຄົນທີ່ຫ້າ, ຕາມພົງສາວະດານລາວ ກ່າວວ່າ ໂອລົດຄົນທີ່ຫ້າ ຂອງຂຸນບູລົມ ຊື່ງົວອິນ ຄຳວ່າງົວນີ້ ແຜງມາຈາກພາສາຈີນວ່າ ໂຫງວ ເຫງົາກໍ່ວ່າ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!