ງາ

ໂດຍ ຄໍາສັບລາວ

1. ອະໄວຍະວະຄ້າຍຄືແຂ້ວ ທີ່ປົ່ງອອກຈາກປາກຊ້າງຜູ້ ເອີ້ນງາຊ້າງ ຢ່າງວ່າ “ລ້ຽງຊ້າງເຖົ້າ ຂາຍງາໄດ້ກິນຄ່າ ລ້ຽງຊ້າງນ້ອຍຕາຍຈ້ອຍຄ່າບໍ່ມີ” (ຜະຫຍາ).

2 ນ. ສ່ວນໜຶ່ງຂອງເຄື່ອງຈັບສົດນ້ຳ ຖັກໃຫ້ທາງປາກກວ້າງ ທາງກົ້ນແຄບ ເພື່ອໃຫ້ປາເຂົ້າໄປ ແລ້ວອອກບໍ່ໄດ້ ເອີ້ນງາ ເຊັ່ນ ງາຂ້ອງ, ງາລອບ, ງາໄຊ ເປັນຕົ້ນ.

3 ນ. ຕົ້ນໄມ້ພຸ່ມແນວໜຶ່ງ ໝາກເປັນເມັດນ້ອຍໆ ຊະນິດເມັດສີຂາວ ເອີ້ນງາຂາວ ຫຼືງາດ່ອນ, ຊະນິດເມັດສີດຳ ເອີ້ນງາດຳ. ງາເປັນພຶດເສດຖະກິດ ສ້າງລາຍໄດ້ໃຫ້ແກ້ຜູ້ປູກ. ນ້ຳມັນງາມິຄຸນຄ່າ ແລະນຳໃຊ້ປະໂຫຍດໄດ້ຫຼາຍຢ່າງ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!