ງາມ

ໂດຍ ຄໍາສັບລາວ

ວ. ຈົບ, ດີ, ເປັນຕາໜ້າຮັກ, ບໍລິສຸດ, ຄົນທີ່ມີລັກສະນະງາມ ໜ້າຮັກ ແລະ ບໍລິສຸດ ເອີ້ນຄົນງາມ. ງາມແຕ່ຕົນໂຕ ຈິດໃຈບໍ່ງາມ ເອີ້ນງາມແຕ່ຮູບ ຈູບບໍ່ຫອມ ເຂົ້າງາມເພາະນ້ຳມີ ຢ່າງວ່າ ງາມແຕ່ເຂົ້າ ເຮັດນາແຄມເໝືອງ, ເມືອງງາມເພາະມີເຈົ້າເມືອງຜູ້ດຽວ ຢ່າງວ່າ “ງາມແຕ່ເມືອງມີເຈົ້າຜູ້ໜຶ່ງ” ງາມເພາະຕົບແຕ່ງ ຢ່າງວ່າ “ໄກ່ງາມເພາະຂົນ ຄົນງາມເພາະແຕ່ງ” (ພາສິດ), “ແລ້ວນຸ່ງຜ້າຜືນອາດທະລົງໂສມ ສັງວານປະດັບຄາດຄຽນງາມລົ້ນ” (ສິນ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!