ຄ້າຍ ໂດຍ ຄໍາສັບລາວ 02/07/2021 345 1 ວ. ບ່ອນຢູ່ຂອງທະຫານ, ບ່ອນພັກຂອງກອງທັບ ເອີ້ນຄ້າຍທະຫານ. 2 ວ. ເໝືອນ, ຄື, ໝົດ, ທັງໝົດ ເຊັ່ນ ໝົດທັງຄ້າຍກໍ່ວ່າ ຢ່າງວ່າ “ຕ້ານຕໍ່ນ້ອງ ທັງຄ້າຍຄ່ອຍຖະແຫຼງ” (ຮຸ່ງ), “ຫານພາຍໃຫ້ແອງກາຂຶ້ນຮ່ວມ ເຮົາກໍ່ໄດ້ທ່ອນທ້າວທັງຄ້າຍຢ່າແຄວນທ່ານເນີ” (ຮຸ່ງ). 3 ກ. ບ່າຍ, ເລີຍທ່ຽງໄປແລ້ວ, ຕາເວັນກາຍທ່ຽງໄປແລ້ວ ເອີ້ນຕາເວັນຄ້າຍ. 0 FacebookTwitterWhatsappLINEEmail