ຄ່າງ ໂດຍ ຄໍາສັບລາວ 02/07/2021 346 1 ນ. ສັດສີ່ຕີນແນວໜຶ່ງຈຳພວກດຽວກັບລິງ ແຕ່ຕົວໃຫຍ່ ແຂນຂາໃຫຍ່ ທາງຍາວກ່ວາລິງ ແຕ່ນິ້ວຫົວແມ່ມືສັ້ນກ່ວາລິງ ຂົນສີເທົາ ຫຼື ດໍາ ເອີ້ນຄ່າງ ຢ່າງວ່າ “ໃຜຢ່າຂັນອາສາລ້ຽງ ແນວຊະນີຮູບຄ່າງ ມັນຫາກຄຽວຜອກພົ້ນ ຜອງເທົ້າກະດູກກອງ ຫັ້ນແລ້ວ” (ບ). 2 ນ. ຊື່ດາວກຸ່ມໜຶ່ງມີສາມໜ່ວຍ ເອີ້ນດາວພະລະນີ ໃນຈຳນວນດາວລຶກ 27 ໜ່ວຍ ພວກເຮົາເອີ້ນດາວຄ່າງ ຢ່າງວ່າ “ວີຄ່າງຄ້າຍກຸນຊະໂລເງີຍເງີກ ສຽງໄກ່ແກ້ວ ຂັນຄ້ອຍຮຸ່ງຈວນ” (ສິນ). 3 ນ. ຊື່ພັນໄມ້ແນວໜຶ່ງ ໜ່ວຍກົມໃຊ້ຄ້ຽວແທນໝາກໄດ້ ງ່າຂອງມັນ ໃຊ້ເຜົາຖ່ານເຮັດໝື້ປືນ ຫຼື ບັ້ງໄຟໄດ້ ເອີ້ນ ໄມ້ໝາກຄ່າງ. 0 FacebookTwitterWhatsappLINEEmail