ຄ່ອງ

ໂດຍ ຄໍາສັບລາວ

1 ວ. ງາມ, ເໝາະ, ດີ, ງາມຫຼາຍ, ຈົບຫຼາຍ.

2 ວ. ວ່ອງໄວ, ບໍ່ຕິດຂັດ, ຄົນເວົ້າວ່ອງໄວບໍ່ຕິດຂັດ ເອີ້ນ ເວົ້າຄ່ອງ ຢ່າງວ່າ “ຂໍໃຫ້ເຫັນທຳແຈ້ງ ຖະແຫຼງໄວເວົ້າຄ່ອງ ຢ່າໄດ້ມີທີ່ຂ້ອງຄວາມເວົ້າກ່າວໄຂ” (ຍ່າ).

3. ຄື, ສະເໝີ, ເໝືອນ, ຄົນທີ່ມີເຊື້ອຊາດ ສາສະໜາ ວັດທະນະທຳ ບໍ່ຄືກັນຢູ່ນຳກັນຍາກ ຖ້າຄືກັນສະເໝີກັນ ຢູ່ນຳກັນສະດວກ ຫຼື ຄ່ອງກັນ ຢ່າງວ່າ “ກາດຳປີ້ ທຽມຫົງຮ່ອນຊິຄ່ອງ ຄືລື ຜີເອົາຄົນເຂົ້າ ຊ້ອນທຽມໄດ້ບໍ່ຄ່ອງຄື” (ກາ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!