ຄົມ ໂດຍ ຄໍາສັບລາວ 02/07/2021 241 1 ນ. ສ່ວນທີ່ບາງທີ່ສຸດ ແຫຼມທີ່ສຸດຂອງອາວຸດ ຫຼື ຂອງໃຊ້ຢ່າງອື່ນ ເອີ້ນ ຄົມ ເຊັ່ນ ຄົມມີດ, ຄົມພ້າ, ຄົມຂວານ ເປັນຕົ້ນ. 2 ວ. ສະຫຼາດ, ຫຼັກແຫຼມ ເອີ້ນ ຄົມ ເຊັ່ນ ຄົນສະຫຼາດ ເອີ້ນ ຄົນຄົມ, ຄົນມີປັນຍາ ເອີ້ນ ຄົນຫຼັກແຫຼມ, ຄົນເຊື່ອງຄວາມສະຫຼາດໄວ້ໃນໃຈ ເອີ້ນ ຄົນຄົມໃນຝັກ, ຄົນເຊື່ອງຄວາມງາມໄວ້ພາບໃນ ເອີ້ນ ຄົນຄົມຂຳ, ຄົນມີແສງຕາແຫຼມ ເອີ້ນ ຄົນຕາຄົມ. 0 FacebookTwitterWhatsappLINEEmail