ຄົບ

ໂດຍ ຄໍາສັບລາວ

1 ກ. ໄປມາຫາສູ່ກັນ, ຮັກແພງກັນ, ຄົບຄ້າ, ຄົບຫາສະມາຄົມກັນ ກໍ່ວ່າ ຢ່າງວ່າ “ຄົບຄົນພານ ພານໄຫາຜິດ ຄົບບັນດິດບັນດິດພາໄປຫາຜົນ”.

2 ກ. ຈວບ, ພໍ້, ທາງສອງເສັ້ນມາຄົບກັນ ເອີ້ນທາງຄົບ ຄົນສອງຄົນຍ່າງມາຄົບກັນ ເອີ້ນມາຄົບກັນ.

3 ວ. ເຕັມຈຳນວນທີ່ກຳນົດໄວ້ ເຊັ່ນ ກວດເບິ່ງຄົບແລ້ວ, ນັບເບິ່ງຄົບກຳນົດແລ້ວ.

4 ສ. ຄັ້ງໜຶ່ງ, ຄາວໜຶ່ງ, ຂະນະໜຶ່ງ, ຄັ້ງໜຶ່ງ ເອີ້ນຄົບໜຶ່ງ ຢ່າງວ່າ “ຄົບໜຶ່ງເຖິງທີ່ຫ້ວຍຫຼິ່ງເຜືອກຜາທອງ” (ຮູ່ງ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!