ຄຸ້ມ

ໂດຍ ຄໍາສັບລາວ

1 ນ. ຊື່ພັນໄມ້ພຸ່ມແນວໜຶ່ ໃບຄ້າຍໃບພ້າວປ່າ ເອີ້ນ ຕົ້ນຄຸ້ມ.

2 ນ. ວັງ, ສ່ວນໜຶ່ງຂອງບ້ານ, ກຸ່ມ, ຕອນ, ບ້ານໃຫຍ່ແບ່ງເຂດປົກຄອງອອກເປັນກຸ່ມ ແຕ່ລະກຸ່ມ ເອີ້ນ ຄຸ້ມ ເຊັ່ນ: ຄຸ້ມເໜືອ, ຄຸ້ມໃຕ້… ຄຸ້ມໜຶ່ງ, ຄຸ້ມສອງ, ຄຸ້ມສາມ… ຢ່າງວ່າ “ບ້ານຕໍ່ບ້ານລຽນຄຸ້ມກ່າຍກັນ” (ໜ້າຜາກ). “ຝັນວ່າສະໃຫຍ່ຕັ້ງກາງຄຸ້ມສ່ອງໃສ” (ສິນ).

3 ວ. ໃກ້, ຂ້ອນ, ເວລາ, ຄາວ, ເວລາໃກ້ຮຸ່ງ ເອີ້ນ ຄຸ້ມຮຸ່ງ ຢ່າງວ່າ “ແຊວໆຮ້ອງຍູງແຍວຄຸ້ມຮຸ່ງ” (ໜ້າຜາກ).

4 ກ. ກຸ້ມໃຈ ຢ່າງວ່າ “ບິດາຄຸ້ມ ຄະນຶງທວງຮີຮ່ຳ” (ໜ້າຜາກ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!