ຄວາມ ໂດຍ ຄໍາສັບລາວ 02/07/2021 440 1 ນ. ຄຳເວົ້າ, ເນື້ອເລື່ອງ, ຄຳເວົ້າທີ່ເວົ້າອອກມາແຕ່ລະຄຳ ເອີ້ນ ຄວາມ ຢ່າງວ່າ “ຊື່ວ່າແນວຄຳເວົ້າ ຂອງຄົນມັນເກີນງ່າຍ ໄດ້ເທິງຫງາຍ ແລະ ຂວ້ຳ ຄວາມເວົ້າບໍ່ຢູ່ຄວາມ” (ຍ່າ). 2 ນ. ຂໍ້ຄະດີ ທີ່ໂຈດຟ້ອງກັນ, ຄົນວິວາດຜິດຖຽງກັນ ແລ້ວຟ້ອງຮ້ອງກັນ ເອີ້ນ ເປັນຄວາມກັນ. ຄະດີທີ່ຟ້ອງຮ້ອງກັນໃນສານ ເອີ້ນ ເປັນຄວາມໃນກ້ວານ ໃນສານ. 3 ນ. ຝ້າຍ ຫຼື ໄໝ ໃນເຄືອຫູກເວລາຄົ້ນ ໄດ້ສີ່ເສັ້ນ ເປັນໜື່ງຄວາມ ສີ່ຄວາມ ເປັນໜຶ່ງລົບ. 4 ນ. ຄຳນຳໜ້າກິລິຍາ ໃຫ້ເປັນນາມດັ່ງຄວາມເປັນ ຄວາມຕາຍ, ຄວາມກິນ, ຄວາມຫຼິ້ນ… 0 FacebookTwitterWhatsappLINEEmail