ກ້າມ ໂດຍ ຄໍາສັບລາວ 30/06/2021 379 1 ກ. ແຂງ, ກະດ້າງ ອາກາດແຂງໂຕ ເອີ້ນ ອາກາດກ້າມ ເລືອດຂຸ້ນ ເອີ້ນ ເລືອດກ້າມດັ່ງ “ອາກາດກ້າມ ແມນມາກມາຄອຍ” ; “ເລືອດຫຼັ່ງລົ້ນໄຫຼກ້າມກາດດິນ” (ສິນ). 2 ນ. ກ້ອນຊີ້ນ, ຊີ້ນແຂນ ຫຼື ຊີ້ນຂາ ລວມກັນເປັນກ້ອນໆ ເອີ້ນ ກ້ອນຊີ້ນ. 3 ວ. ກຳລັງຈະແຂງ, ໃກ້ຈະແຂງ, ພວມຈະແຂງ ເຊັ່ນ ຕົມຂີ້ເຜີ້ງ ເວລາຂີ້ເຜີ້ງຈະແຂງ ເອີ້ນ ຂີ້ເຜີ້ງກຳລັງກ້າມ, ຊີ້ນຢ້າງພໍນ້ຳເຫຼືອງຕົກ ເອີ້ນ ຊີ້ນກ້າມ, ເມກໝອກທີ່ລວມໂຕກັນເປັນກ້ອນ ເອີ້ນ ເມກກ້າມ. 4 ວ. ຂຸ້ນ, ເລືອດທີ່ຖືກດິນຊາຍຈູບຈົນກາຍເປັນເລືອດຂຸ້ນ ເອີ້ນ ເລືອດກ້າມ. 5 ວ. ຄັບຄັ່ງ, ແໜ້ນໜາ, ເຕັມ ເຊັ່ນ ຄົນມາໂຮມກັນຈົນມືດຟ້າມົວດິນ ເອີ້ນ ຄົນກ້າມ ຢ່າງວ່າ “ບໍ່ຮູ້ກີ່ໜື່ນຄ້າຍຄົນກ້າມມືດມົວ”. 0 FacebookTwitterWhatsappLINEEmail