ກ່ອງ

ໂດຍ ຄໍາສັບລາວ

1 ນ. ພາຊະນະທີ່ສານດ້ວຍໄມ້ໄຜ່ ມີຝາອັດ ເປັນຮູບກົມ ປາກກວ້າງໜ້ອຍໜຶ່ງ ກົ້ນຮອມ ມີຕີນເປັນຮູບຕີນກາ ສຳລັບໃສ່ເຂົ້າໜຶ້ງ ເອີ້ນ ກ່ອງເຂົ້າ ຖ້າກ່ອງໃຫຍ່ເອີ້ນ ກ່ອງເຂົ້າໂປ້.

2 ນ. ຊື່ຕຸ້ມຊະນິດໜຶ່ງສານດ້ວຍໄມ້ໄຜ່ ສຳລັບຮອງຮັບປາທີ່ກົ້ນຕ້ອນ ກົ້ນລີ່ ເອີ້ນຕຸ້ມກ່ອງ.

3 ວ. ສຸກໃສ, ສະຫວ່າງ, ງາມ ຜູ້ທີ່ມີຮູບຮ່າງສວຍງາມ ເອີ້ນກ່ອງ ຢ່າງວ່າ “ນັກສະໜົມນ້ອມນາລີຮຽງຮອບ ກາກ່ອງກ້າວງາມລ້ຳລູກຂອມ” (ຮຸ່ງ).

4 ກ. ການປັບປານ້ອຍໆ ຊະນິດໜຶ່ງເຊັ່ນ ປາໝັດ, ປາຊິວ, ປາແກ້ວ ໂດຍໃຊ້ຜ້າບາງໆ, ຜ້າຊະນິດນີ້ເອີ້ນ ຜ້າແຍ່ງເອົາໄປກາງໄວ້ຕາມຮ່ອງນ້ຳໄຫຼ ໃນເວລານ້ຳບົກປາຍລະດູຝົນ ເອີ້ນ ກ່ອງປາ.

5 ກ. ຮາກອອກ ເຊັ່ນ ຮາກເລືອດອອກ ເອີ້ນກ່ອງເລືອດ ຫຼື ເລືອດກ່ອງ ກໍ່ວ່າ.

6 ວ. ຄິ້ວທີ່ມີລັກສະນະກົ່ງ ຫຼືໂຄ້ງ ເອີ້ນ ຄິ້ວກ່ອງ ຢ່າງວ່າ “ຄິ້ວຄ້ອມກ່ອງຄໍກົມ” (ເວດ).

7 ກ. ເອົາມືເດ່ຈັບງ່າໄມ້ ເພື່ອກ່ອງລົງປິດເອົາໝາກ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!