ກົນໄກ

ໂດຍ ຄໍາສັບລາວ

ນ. ຊື່ພັນໄມ້ສະນິດໜຶ່ງ ໃບອ່ອນໃຊ້ເປັນຜັກກິນໄດ້, ກົ້ນໂກ ກໍ່ວ່າ.

1 ນ. ເຄື່ອງຈັກຕ່າງໆ.

2 ນ. ບຸກຄົນຜູ້ທີ່ເປັນເຈົ້າໜ້າທີ່ ຫຼື ພະນັກງານ ປະຕິບັດວຽກງານ ໃນລະດັບຕ່າງໆ.

3 ນ. ອົງການ ຫຼື ລະບົບທີ່ບຸກຄົນທີ່ເປັນເຈົ້າໜ້າທີ່ປະຕິບັດງານ ໃນລະດັບຕ່າງໆ ເຮັດວຽກຮ່ວມກັນ ເໝືອນດັ່ງເຄື່ອງຈັກ.

4 ນ. ລະບົບທີ່ຈະເຮັດໃຫ້ວຽກງານບັນລຸຜົນສຳເລັດຕາມປະສົງ ເຊັ່ນ ກົນໄກ ການປົກຄອງ, ກົນໄກຄຸ້ມຄອງເສດຖະກິດ, ກົນໄກຕະຫຼາດ…

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!