ກົດ

ໂດຍ ຄໍາສັບລາວ

1 ນ. ຊື່ອັກສອນທີ່ມີຕົວ ດ ສະກົດ ເອີ້ນວ່າ ແມ່ກົດ ຫຼື ມາດຕາກົດ ກໍ່ວ່າ.

2 ກ. ຈົດ, ບັນທຶກ, ການຈົດບັນທຶກໄວ້ເປັນຫຼັກຖານ ເອີ້ນກົດ ຢ່າງວ່າ “ກໍ່ຈຶ່ງລົງລາຍແຕ້ມ ກົດເອົາຄຳປາກ” (ຮຸ່ງ).

3 ນ. ປະເພນີ, ລະບຽບ, ຂໍ້ບັງຄັບ, ລະບຽບທີ່ຄົນຜູ້ໜຶ່ງ ຄະນະໜຶ່ງວາງໄວ້ເພື່ໃຫ້ຄົນໃນໝູ່ ໃນຄະນະເຮັດ ຫຼື ທຳສະເໝີກັນ.

4 ນ. ຊື່ປາພວກໜຶ່ງ ມີງ່ຽງບໍ່ມີເກັດ ເອີ້ນປາກົດ ມີຫຼາຍຊະນິດ ຊະນິດສີເຫຼືອງປົນຂາວ ເອີ້ນປາກົດເຫຼືອງ, ຊະນິດສີດຳເອີ້ນປາກົດໝໍ້, ຊະນິດນ້ອຍ ເອີ້ນປາກົດປ່ອງ.

5 ນ. ນົກກົດ, ຊື່ນົກກົດຈຳພວກໜຶ່ງ ມີ 2 ຊະນິດ ຄື ຊະນິດສີດຳປົນແດງ ຕາສີແດງ ສຽງຮ້ອງປູດໆ ຫຼື ປຶດໆ ເອີ້ນ ນົກກົດປູດ ຫຼື ນົກກົດປຶດ ຊະນິດຕົວນ້ອຍຂົນລາຍ ເອີ້ນ ນົກກົດຫ່ອຍ ຫຼື ນົກກົດໄຟ.

6 ຄຳກຳກັບຊື່ປີ ໃນວິທີນັບຈຸລະສັງກາດ ກົດ ກົງກັບ ເລກ 7.

7 ກ. ບັງຄັບ, ຂົ່ມເຫັງ, ກົດຂີ່ຂົ່ມເຫັງ ກົດຂີ່ຂົ່ມເຫັງ ເອີ້ນວ່າ ກົດ ຢ່າງວ່າ “ຢ່າໄດ້ກົດເຂົາຍ້ອງຍໍໂຕຜິດຮີດ ຢ່າໄດ້ຫວີດໆເວົ້າ ປະສົງຂຶ້ນຂົ່ມເຂົາ”.

8 ນ. ທາດປະສົມ ມີຫຼາຍຢ່າງ ເຊັ່ນ ນ້ຳກົດ ເປັນຕົ້ນ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!