ກົງ

ໂດຍ ຄໍາສັບລາວ

1 ນ. ເຂດ, ແດນ, ບໍລິເວນ ຫຼື ສິ່ງທີ່ມີລັກສະນະ ຫຼື ຄ້າຍວົງກົມ ເອີ້ນກົງ.

2 ນ. ດວງຊະຕາ, ກົງສະຕາ “ດີທໍ່ເຈົ້າຫຼ້າຊ້ອຍ ນ້ອງທ່ານທັງ 6 ອັງຄານສຸກຮ່ວມໃນກົງແກ້ວ” (ສິນ).

3 ນ. ເຄື່ອງມືສຳລັບດີດຝ້າຍໃຫ້ຜົງ ເຮັດດ້ວຍໄມ້ຄ້າຍຄືທະນູ ແລະ ມີສາຍສຳລັບດີດ ເອີ້ນ ກົງດີດ ອີກຢ່າງໜຶ່ງ ເຮັດດ້ວຍໄມ້ 4 ອັນ ຜູກເຊືອກຈ່ຶງໃສ່ກັນ ສຳລັບເອົາໂຕ່ງຝ້າຍ ຫຼື ໄໝ ໃສ່ແລ້ວປັ່ນອອກ.

4 ວ. ຊື, ຊື່ກັນ, ຊື່ໄປ.

5 ວ. ວົງໂຄ້ງ, ມີລັກສະນະກ່ອງລົງ.

6 ກ. ດື໊, ພະຍົດ, ຂັດຂືນ, ຄົນຂີ້ດື້, ຄົນໜ້າດ້ານ ບໍ່ຟັງຄຳສັ່ງສອນ ຄົນກໂງ ກໍ່ວ່າ.

7 ນ. ຊື່ອັກສອນທີ່ມີຕົວ ງ ສະກົດເອີ້ນວ່າ ແມ່ກົງ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!