ກື ໂດຍ ຄໍາສັບລາວ 29/06/2021 328 1. ນ. ຊື່ແມງບົ້ງແນວໜຶ່ງ ຢູ່ຕາມດິນມີຂາຫຼາຍ ຮຽກບົ້ງກື. 2. ນ. ຈຳນວນນັບຂອງຄົນບູຮານ: 1 ກື ທໍ່ກັບ 100 ລ້ານ ຫຼື 100.000.000 3. ນ. ການນັບເລກແບບບູຮານ ເຊັ່ນ ສິບໜຶ່ງເປັນສິບ ສິບສິບເປັນຮ້ອຍ ສິບຮ້ອຍເປັນພັນ ສິບພັນເປັນໝື່ນ ສິບໝື່ນເປັນແສນ ສິບແສນເປັນລ້ານ ສິບລ້ານເປັນໂກດ ສິບໂກດເປັນກື ກືໜຶ່ງເທົ່າກັບ ໜຶ່ງຮ້ອຍລ້ານ. 4. ນ. ເຈົ້າເມືອງ ຫຼື ເຈົ້າຊີວິດ ເອີ້ນກືເມືອງ, ເຈົ້າມະຫານະຄອນ ເອີ້ນ ກືລ້ານເຈົ້າຈັກກະພັດ ເອີ້ນກືໂລກ ເຊັ່ນ “ຫຼິງເຫັນມົນທຽນທ້າວ ກືເມືອງມະນຸດໂລກ” (ສິນ). 5. ນ. ຊື່ແມງແນວໜຶ່ງ ຈຳພວກເລືອຄານມີຂານັບບໍ່ຖ້ວນ ຄົນຂີ້ຄ້ານນັບຂາມັນຈຶ່ງຕັ້ງຊື່ວ່າ ແມງບົ້ງກື ຄືມີຂາໄດ້ກືໜຶ່ງ. 0 FacebookTwitterWhatsappLINEEmail