ກັ້ງ

ໂດຍ ຄໍາສັບລາວ

1 ນ ກ ຊື່ປາຊະນິດໜຶ່ງ ຈຳພວກປາຄໍ່ຫົວໂປ ແຕ່ຫົວໜ້ອຍກວ່າ ເອີ້ນປາກັ້ງ ປາຄໍ່ກັ້ງ ກໍ່ວ່າ.

2 ກ. ປ້ອງກັນ, ບັງໄວ້, ການຈັດກຳລັງພົນມາປ້ອງກັນ ເອີ້ນກັ້ງ ຢ່າງວ່າ “ມັນຈັກຈັດຝ່າຍຟ້າ ມາກັ້ງກໍ່ບໍ່ກົວແທ້ແລ້ວ” (ສິນ).

3 ກ. ປິດ, ບັງ, ການເອົາຝາມືບັງຫົວໄວ້ ບໍ່ໃຫ້ແດດສ່ອງ ເອີ້ນກັ້ງ ຢ່າງວ່າ “ອັນໜຶ່ງສຸລິໂຍຜົ້ງ ເພັງແສງໃສສອ່ງ ໃຜຮ່ອນກັ້ງດ້ວຍດົ້ງ ກະບຽນໃຫ້ຫໍ່ສີ” (ສິນ).

4 ກ. ກັ້ງ, ບັງ, ກັ້ງຮົ່ມ ເອີ້ນກັ້ງຮົ່ມ ຢ່າງວ່າ “ຄັນເຈົາໄດ້ຂີ່ຊ້າງກັ້ງຮົ່ມເປັນພະຍາ ຢ່າໄດ້ລືມຮຽມທຸກ ຜູ້ຂີ່ຄວາຍຄອນກ້າ” (ພະຫຍາ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!