ກະໂຈມ

ໂດຍ ຄໍາສັບລາວ

1. ນ. ໝວກທີ່ເຮັດດ້ວຍຜ້າ ໃຊ້ສຳລັບໃສ່ຫົວເດັກນ້ອຍ ເພື່ອປ້ອງກັນແດດລົມ ເອີ້ນ ກະໂຈມຫົວ ວ່ອມ ກໍ່ວ່າ.

2. ນ. ໝວກສຳລັບປະດັບຫົວ ໃຊ້ເປັນເຄື່ອງຍົດຂອງພະເຈົ້າຊິວິດ ສະໄໝສັກດີນາ ຫຼື ເຈົ້ານາຍຜູ້ໃຫຍ່ ຫຼື ພວກລິເກລະຄອນ ເອີ້ນ ກະໂຈມ ຢ່າງວ່າ “ກະໂຈມ ຄຳສຸບເກດເກົ້າ ເປັນເຈົ້າໃຫຍ່ກວ່າເພີ່ນທັງຫຼາຍ” (ເວດ).

3. ນ. ໝວກສີເຫຼືອງ ໝວກທີ່ໃຊ້ໃນເວລາ ຍາດໂຍມຫົດສົງພະເຖລາ ໃຫ້ມີສະມະນະສັກເປັນສຳເດັດ, ຍາຊາ, ຍ່າທ່ານ ໃຊ້ໝວກສີເຫຼືອງສຸບຫົວ ເວລາຫົດສົງແລ້ວ ໝວກນີ້ເອີ້ນ ກະໂຈມຫົວ ວ່ອມ ກໍ່ວ່າ.

4. ນ. ສະຖານທີ່ພັກຜ່ອນ ຫຼັບນອນຊົ່ວຄາວ ຂອງເຈົ້ານາຍ ເມື່ອອອກໄປຮົບເສີກ ຫຼືໄປລ່າເນື້ອ (ໂຫ່ເນື້ອ) ເຮັດເປັນຮູບຊົງຄືເຮືອນຍອດ (ຜາສາດ) ເອີ້ນກະໂຈມ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!