ກະດ້າງ ໂດຍ ຄໍາສັບລາວ 28/06/2021 303 1. ນ. ຊື່ເຫັດຊະນິດໜື່ງ ເກີດຕາມຂອນໄມ້ທີ່ແຫ້ງ ເອີ້ນ ເຫັດກະດ້າງ ຢ່າງວ່າ “ເຫັດກະດ້າງຈັບຂ້າງຂອນຈິກ”. 2. ວ. ແຂງ, ບໍ່ອ່ອນ, ຄົນທີ່ເວົ້າບໍ່ໄດ້ ເອີ້ນ ລີ້ນກະດ້າງ ຢ່າງວ່າ “ເປັນສັງນ້ອງຈອມພະນາງມາບໍ່ປາກ ຫຼື ແມ່ນ້ອງປ້ອນຊີ້ນແຂ້ ຄາງກະແຕເຈົ້າບໍ່ລັ່ນແມ່ນ້ອງປ້ອນຊີ້ນຊ້າງ ຄາງກະດ້າງ ປາກບໍ່ເປັນຊັ້ນບໍ” (ຜະຫຍາ). 3. ວ. ຄົນທີ່ບໍ່ຟັງຄຳສັ່ງສອນຂອງພໍ່ແມ່ ຄູອາຈານ ເອີ້ນ ຄົນກະດ້າງ ຫຼື ຄົນແຂງກະດ້າງ ກໍ່ວ່າ. 0 FacebookTwitterWhatsappLINEEmail