ກອກ

ໂດຍ ຄໍາສັບລາວ

1 ກ. ຖອກ, ຖອກຢາເຂົ້າປາກ ເອີ້ນກອກຢາເຂົ້າປາກ ຫຼື ເອົາຢາເຂົ້າປາກ.

2 ນ. ຊື່ພັນໄມ້ຈຳນວນໜຶ່ງ ເອີ້ນ ໄມ້ກອກ ມີສອງຊະນິດຄື ກອກກິນ ແລະ ກອກກັນ, ກອກກັນ ເອີ້ນ ອ້ອຍຊ້າງ.

3 ນ. ອັນ, ມວນ, ກອກຢາເປັນມວນ ເອີ້ນກອກຢາ ຫຼື ມວນ ຢາເປັນກອກເອີ້ນກອກຢາ.

4 ນ. ນິ້ວມືທີ່ງໍເຂົ້າ ເພື່ອເຄາະຫົວ ເອີ້ນໝາກກອກ ສັບໝາກກອກ ກໍ່ວ່າ

5 ນ. ກອກໃສ່ຢາເສັ້ນສຳລັບດູດ ຮຽກວ່າ ດູດກອກ ຫຼື ສູບກອກ ກໍ່ວ່າ

6 ນ. ທາງຮ່ອມ.

7 ອຸ. ສຽງດັງຢ່າງໜຶ່ງ ທີ່ດັງຢູ່ທາງຮູຄໍ ດັ່ງສຽງນົກຍາງຮ້ອງ ເປັນຕົ້ນ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!