ກວ້ານ ໂດຍ ຄໍາສັບລາວ 30/06/2021 347 1 ນ. ສາລາກາງບ້ານ, ຫໍປະຊຸມ, ສະຖານທີ່ເຫຼົ່ານີ້ ເປັນທີ່ສາທາລະນະໃຊ້ປະໂຫຍດຮ່ວມກັນ ຂອງຄົນໃນບ້ານ ຖ້າຈະບຸກເຮືອນ ບູຮານຫ້າມບໍ່ໃຫ້ປຸກໃກ້ເພາະເປັນບ່ອນບໍ່ມີຄວາມສະຫງົບ ຢ່າງວ່າ “ປຸກເຮືອນບໍ່ໃຫ້ໃກ້ກວ້ານ ປຸກເຂັດຂວງ ຢ່າໃຫ້ໄປຕ້ອງ” (ປູ່). 2 ນ. ຜາສາດຂອງເຈົ້າບ້ານສະພານເມືອງ ເອີ້ນ ກວ້ານ ຢ່າງວ່າ “ເຮວພາຍເຂົ້າເຖິງຊຽງດູອາດຝູງບ່າວນ້ອຍ ເມືອກວ້ານໝື່ນເສົາ” (ຮຸ່ງ). 3 ນ. ຫໍອາຮັກຫຼັກເມືອງສະໄໝບູຮານເພີ່ນປຸກກວ້ານ (ຫໍອາຮັກ) ໄວ້ໃນປ່າໃກ້ບ້ານ ຫຼື ຕາມແຄມນ້ຳ ຢ່າງວ່າ “ພະລານພຽງພື້ນ ຄົນເຄີຍພັກເພິ່ງ ທີ່ນັ້ນຂ້າກໍ່ກວ້ານປະຖົມເຖົ້າຊົ່ວລາງ” (ສິນ). 4 ກ. ເກັບມ້ຽນ, ກັກຕຸນຂອງອັນໃດທີ່ຄິດວ່າຈະໄດ້ກຳໄລ ຮີບຊື້ມາກັກເກັບໄວ້ ເອີ້ນ ກວ້ານ. 0 FacebookTwitterWhatsappLINEEmail