ໜັງ ໂດຍ ຄໍາສັບລາວ 13/07/2021 280 1 ນ. ສ່ວນຂອງຮ່າງກາຍແຫ່ງຄົນ ແລະ ສັດທີ່ຫຸ້ມຊີ້ນຢູ່, ເປືອກທີ່ມີລັກສະນະຄືໜັງ. 2 ນ. ໝາກມີ້, ໝາກມີ້ມີສາມແນວ ເຊັ່ນ ໝາກມີ້ໜັງ, ໝາກມີ້ຝ້າຍ, ໝາກມີ້ນ້ຳເຜິ້ງ, ໝາກມີ້ໜັງສີເຫຼືອງ ລົດຫວານກິນແຊບ, ໝາກຝ້າຍສີຂຽວບໍ່ຫວານປານໃດ ໝາກມີ້ນ້ຳເຜິ້ງບົວອ່ອນ ມີກິ່ນຄືກິ່ນນ້ຳເຜິ້ງ ກິນຫວານ. 3 ນ. ການສະແດງລະຄອນຊະນິດໜື່ງ ໂດຍໃຊ້ຮູບຈຳລອງ ທີ່ຕັດແຕ່ງ ຈາກແຜ່ນໜັງ ຜູ້ຫຼ້ນຈະລຳຮ້ອງ ແລະ ຊັກເຊີດ ຮູບພາບໄປຕາມເລື່ອງ ເຊັ່ນເລື່ອງພະລັກພະລາມ, ໜັງບັກຕື້ ຫຼື ໜັງປະຫຼັດຕື້ ກໍ່ວ່າ. 0 FacebookTwitterWhatsappLINEEmail