ໄກ່ ໂດຍ ຄໍາສັບລາວ 30/06/2021 329 ນ. ສັດຈຳພວກມີປີກ ມີຫຼາຍແນວ ເຊັ່ນ ໄກ່ມີຄວາມສາມາດ ຕີຈົນບໍ່ມີໂຕໃດແພ້ ເອີ້ນໄກ່ແກ້ວ, ໄກ່ມີຂົນຫາງງໍລົງ ເອີ້ນໄກ່ກຸ້ມ, ໄກ່ຢູ່ປ່າຄົນບໍ່ໄດ້ລ້ຽງ ເອີ້ນໄກ່ປ່າ, ໄກ່ໂຕມີຫອນເປັນຂົນງາມ ຂາແດງ ເອີ້ນໄກ່ຂົວ, ໄກ່ມີງວງຄືງວງຊ້າງ ເອີ້ນໄກ່ງວງ, ໄກຕົວນ້ອຍ ແລະເຕ້ຍ ເອີ້ນໄກ່ແຈ້, ໄກ່ແນວໃຫຍ່ ແລະສູງ ເອີ້ນໄກ່ໂຈ້ນ, ໄກ່ອູ ກໍ່ວ່າ. ໄກ່ພັນຂົມລາຍ ເອີ້ນໄກ່ຕະເພົາ, ໄກ່ທີ່ລ້ຽງໄວ້ຕີ ໄວ້ຮົບ ເອີ້ນໄກ່ຕີ, ໄກ່ຂົນລາຍເປັນຈຸດໆ ຫາງກ່ອມລົງ ເອີ້ນໄກ່ຕ໊ອກ. 0 FacebookTwitterWhatsappLINEEmail